Friday, March 7, 2008

ສົງການ ອາໄຫລ່ ເຊີວິດ

ພວກເຮົາເປັນສູນອາໄຫລ່ ແລະ ສ້ອມແປງລົດກົນຈັກຫນັກເຊັ່ນ: ລົດຈົກ, ລົດເກດ, ລົດດຸດ, ລົດໂລ ແລະ ລົດແທກເຕີທຸກຊະນິດ. ພວກເຮົາມີປະສົບການທາງດ້ານອາໄຫລ່ຫລາຍກວ່າ 10 ປີ, ມີຄວາມຕ້ອງການພະນັກງານໄວຫນຸ່ມ ໄຟແຮງ ມີຄວາມສາມາດ ແລະ ມະນຸດສຳພັນດີ (ບໍ່ຈຳເປັນຕ້ອງມີປະສົບການໃນການເຮັດວຽກ) ດັ່ງລຸ່ມ:

  1. ພະນັກງານຊາຍຊາຍ 4 ຕຳແຫນ່ງ (ຈົບຊັ້ນກາງຂຶ້ນໄປ ບໍ່ຈຳກັດສາຂາທີ່ຮຽນມາ, ອາຍຸ 18-25ປີ)
  2. ພະນັກງານບັນຊີຊາຍ ຫລື ຍິງ 2 ຕຳແຫນ່ງ (ຈົບຊັ້ນກາງຂຶ້ນໄປ, ອາຍຸ 20-25ປີ)
  3. ພະນັກງານສາງ+ຂົນສົ່ງ 4 ຕຳແຫນ່ງ (ຈົບມ.6 ຂຶ້ນໄປ, ອາຍຸ 17-25)

ສົນໃຈຕິດຕໍ່ທີ່ບ້ານສີສະຫວາດເຫນືອ, ມ. ຈັນທະບູນລີ, ນະຄອນຫລວງວຽງຈັນ.

ໂທ: 240400, 5599411, 2434313 (ປິດຮັບສະຫມັກວັນທີ 15/03/2008)

ສຸວັນນີການຄ້າ (ໂພນຕ້ອງ)

ຕັ້ງຢູ່ໂພນຕ້ອງສະຫວາດ ມີຄວາມຕ້ອງການເພື່ອນຮ່ວມງານ ລາຍລະອຽດດັ່ງລຸ່ມນີ້:

ພະນັກງານຂາຍ ຈຳນວນ 2 ຕຳແຫນ່ງ
ເພດຊາຍ ຫລື ຍິງ, ອາຍຸ 22-35 ປີ
ລະດັບການສຶກສາຈົບຊັ້ນກາງບັນຊີຂຶ້ນໄປ
ສາມາດນຳໃຊ້ຄອມພິວເຕີໄດ້.

ສົນໃຈປະກອບເອກະສານຍື່ນສະຫມັກໄດ້ທີ່ ສຸວັນນີການຄ້າ (ໂພນທັນ) ໂທ: 415645

ເອກະສານປະກອບມີ: ໃບຢັ້ງຢືນທີ່ຢູ່, ຊີວະປະຫວັດ, ຄຳຮ້ອງສະຫມັກງານ, ປະກາສະນີຍະບັດ, ຄະແນນ, ກວດກາສຸຂະພາບ, ສຳເນົາບັດປະຈຳຕົວ ຫລື ສຳມະໂນຄົວ, ສຳເນົາໃບຂັບຂີ່ລົດໃຫຍ່(ຖ້າມີ) ຮູບ3X4 1 ໃບ.
(ປິດຮັບສະຫມັກວັນທີ 13/03/2008)